ບຸນເຂົ້າກຳຄືບຸນທີ່ຈັດຂື້ນໃນເດືອນ 1 (ເດືອນຈຽງຫຼືເດືອນອ້າຍ) ເຊິ່ງເປັນເດືອນທຳອິດຂອງປີ ທີ່ຊາວລາວຈະຕ້ອງປະກອບພິທີບຸນກັນຈົນເປັນປະເພນີ ເມື່ອເດືອນຈຽງມາເຖິງແລ້ວນັ້ນ ໃຫ້ພາກັນລ້ຽງຜີມົດຜີໝໍ,ຜີຟ້າ,ຜີແຖນ ແລະ ບຸນເຂົ້າກຳນີ້ ເປັນກິດຈະກຳຂອງພຣະສົງ ໂດຍສະເພາະພຣະສົງທີ່ເຮັດຜິດທາງພຣະວິໄນ ພຣະສົງນັ້ນຕ້ອງເຂົ້າປະຣິວາດສະກຳ ເພາະເປັນການທຳ ເພື່ອອອກຈາກອາບັດສັງຄາທິເສດ. ມື້ນີ້, ພວກເຮົາຈະພາພວກທ່ານໄປຮູ້ຈັກກັບ ຮີດທີ 1 ບຸນເຂົ້າກໍາ ຫຼື ບຸນເດືອນອ້າຍ ເຊິ່ງໃນທຸກໆປີເພິ່ນຈະເຮັດບຸນເຂົ້າກໍາໃນເດືອນຈຽງ ຫຼື ເດືອນອ້າຍເປັນວິທີ ເຮັດບຸນ ໂດຍພະສົງເຂົ້າໄປຢູ່ໃນທີ່ຈໍາກັດເພື່ອທໍາຄວາມພຽນທາງກາຍ ແລະ ຈິດໃຈໃຫ້ຫາຍຈາກກໍາຄືພົ້ນຈາກອາບັດສັງຄາທິເສດ ແລະ ຊໍາລະຈິດໃຈໃຫ້ຜ່ອງ ແຜ້ວເສາະໃສຕາມປົກະຕິ ໂດຍເພິ່ນຈະເຮັດນານເຖິງເກົ້າລາຕີ ຫຼື ເກົ້າຄືນເພາະວ່າຊາວລາວເຮົາເຊື່ອກັນວ່າການຢູ່ກໍາເປັນການເຮັດບຸນ ເພື່ອທົດແທນພະຄຸນຂອງ ແມ່ເພາະວ່າແມ່ເຄີຍຢູ່ກໍາ ຫຼື ຢູ່ໄຟທໍລະມານຮ່າງກາຍມາແລ້ວເມື່ອເກີດລູກໃໝ່. ຂະນະທີ່ພະພິກຂຸສົງເຂົ້າກໍາຢູ່ນັ້ນ, ຊາວບ້ານໄດ້ເຮັດບຸນເປັນໂອກາດຮັກສາສິນ, ຖວາຍການອຸປະຖໍາດ້ວຍປັດໄຈໄທຍະທານຕ່າງໆ ເມື່ອຮອດມື້ອອກກໍາກໍເຮັດບຸນສະຫຼອງການອອກກໍາ ອີກເທື່ອໜຶ່ງເພິ່ນນິຍົມເຮັດໃນມື້ 15 ຄໍ່າ, ເດືອນອ້າຍຖືວ່າ ຊາວພຸດເຮົາຈະໄດ້ຮັບບຸນຫຼາຍໆ.
ມາຮອດປັດຈຸບັນນີ້, ການເຮັດບຸນເຂົ້າກໍາເກືອບວ່າຢາກໝົດໄປແລ້ວ, ແຕ່ບາງທ້ອງຖິ່ນກໍຍັງເຮັດຢູ່; ສ່ວນວ່າຢູ່ໃນເຂດຕົວເມືອງບາງບ່ອນກໍບໍ່ໄດ້ເຮັດ, ສາເຫດ ກໍມີຢູ່ວ່າຈຸດພິເສດຂອງວັດແຕ່ລະແຫ່ງບໍ່ຄືກັນ, ບາງແຫ່ງກໍມີຜູ້ເຖົ້າອາວຸໂສທີ່ເປັນຄົນພື້ນຖານ ເຄີຍເຮັດວຽກຢູ່ນໍາວັດນໍາວາຫຼາຍປີ ຫຼືເຄີຍບວດມາຫຼາຍປີ ແລະ ໄດ້ ຊິກອອກມາແລ້ວແຕ່ຍ້ອນແນວຄິດຈິດໃຈ ກໍຍັງຜູກພັນຢູ່ນໍາວັດວາອາຮາມ ແລະ ຜ້າເຫຼືອງຢູ່ຈຶ່ງໄດ້ເປັນບ່ອນອີງໃຫ້ກັບພະສົງອົງຄະເຈົ້າທັງຫຼາຍ ຈະໄດ້ເຮັດບຸນ ດ້ວຍຕົນເອງເພື່ອເປັນການລ້າງບາບ ຫຼື ສິ່ງຊົ່ວຮ້າຍທັງປວງເຮັດໃຫ້ຈິດໃຈຜ່ອງໃສດີ, ແຕ່ກໍຍັງມີບາງບ່ອນທີ່ຂາດ ຜູ້ເພິ່ງພາອາໄສກໍຄືຂາດທີ່ປຶກສາ ແລະ ຢູ່ເຂດນອກ ບາງບ້ານເກືອບຈະບໍ່ມີຮອດວັດ ຖ້າຫາກມີວັດຕ້ອງແມ່ນສອງ-ສາມບ້ານ/ວັດ, ຫຼືມີວັດມີພະສົງສາມະເນນແຕ່ອາຍຸ ການໃນການບວດຍັງບໍ່ຫຼາຍພຽງສອງ-ສາມ ພັນສາ, ການສຶກສາຄົ້ນຄວ້າຍັງ ບໍ່ທັນເລິກເຊິ່ງ ແລະ ບໍ່ທັນເຂົ້າໃຈເຖິງບັນຫາພິທີທໍາຕ່າງໆ ຈຶ່ງເຮັດໃຫ້ພິທີເຮັດບຸນເຂົ້າກໍານີ້ ຈືດຈາງໄປເທື່ອລະເລັກລະໜ້ອຍ.
ປະເພນີທີ 2 : ບຸນຄູນລານ (ບຸນກອງເຂົ້າ) ບຸນຄູນລານເຂົ້າ ຫຼືຄູນຂວັນເຂົ້າ ຄຳວ່າ " ລານ " ແປວ່າ ເດີ່ນ ຫຼື ບ່ອນທີ່ຮາບພຽງດີ ເຊິ່ງເພິ່ນເອົາເຂົ້າມາກອງໄວ້.ບຸນນີ້ແມ່ນບຸນໜຶ່ງທີ່ສຳຄັນໃນສະໄໝບູຮານ.ກ່ອນຈະເອົາເຂົ້າຂື້ນເລົ້າຂື້ນເຍຍໄດ້ເພິ່ນຕ້ອງເຮັດບຸນໃຫ້ເຂົ້າກ່ອນ. ການເຮັດແບບນີ້ກໍເພື່ອເປັນສິລິມຸງຄຸນ ມັ່ງມູນພູນສຸກຕໍ່ໄປ. ປະຊາຊົນລາວສະໄໝບູຮານ ເພິ່ນພາກັນນິຍົມເຮັດບຸນນີ້. ຍ້ອນວ່າ ເຂົ້າມີປະໂຫຍດເໜືອກວ່າສິ່ງໃດ; ຖ້າໄດ້ເຮັດບຸນຂວັນເຂົ້າແລ້ວ, ຕາມຄວາມເຊື່ອຂອງຄົນລາວບູຮານວ່າ ກິນບໍ່ໝົດ ຈົກບໍ່ລົງດັ່ງນີ້ເປັນຕົ້ນ ຈົນມີຄຳວ່າ " ເຂົ້າມີສາລີພ້ອມ ຈອມດອຍກໍພໍຢູ່ ເຂົ້າບໍມີ ສາລີບໍ່ພ້ອມຈອມແກ້ວຢູ່ບໍ່ເປັນ ".
ການເຮັດບຸນຄູນລານເຂົ້າຫຼືບຸນຂວັນເຂົ້ານີ້,ໄດ້ມີເລື່ອງເລົ່າກ່ຽວກັບສາສະໜາສືບຕໍ່ກັນມາເຖິງທຸກວັນນີ້ຄື:ເລື່ອງສອງອ້າຍນ້ອງເຮັດນານຳກັນ.ຄວາມຈິງແລ້ວໃນເດືອນຍີ່ກໍເປັນເດືອນວ່າງທາງກິດຈະກຳຂອງພະສົງຄືໄດ້ກ່າວມາແລ້ວຂ້າງເທິງ. ສະນັ້ນປະຊາຊົນລາວບູຮານຖືເດືອນນີ້ເປັນເດືອນຫາຫລົ້ວຫາຟືນມາໄວ້ເຕັມຖຸນເຕັມລ່າງ ເພື່ອກຽມເຮັດບຸນເຂົ້າຈີ່ໃນເດືອນ 3 ຈົນມີຄໍາວ່າ " ເດືອນອ້າຍເຮັດບຸນເຂົ້າກໍາ ເດືອນຍີ່ຫາຟືນມາໄວ້ ".
ປະເພນີທີ 3 :ບຸນເຂົ້າຈີ່ (ບຸນມາຄະບູຊາ) ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນ ມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ.ການເຮັດບຸນເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕງໂຕຍ " ຄໍາສຸພາສິດວ່າ " ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ ".
ບຸນເຂົ້າຈີ່ມີນິທານທ້ອງຖິ່ນ ແລະ ນິທານສາສະໜາກ່າວໄວ້ດັ່ງນີ້: ຕົວຢ່າງນິທານສາສະໜາປາງກ່ອນມີແມ່ຍິງຄົນໜຶ່ງຊື່ປຸນນະທາສີເປັນຄົນທຸກຍາກໄຮ້ເຂັນໃຈແລະເປັນຄົນຮັບໃຊ້ເສດຖີຄົນໜຶ່ງຢູ່ໃນເມືອງລາຊະຄຶ(ປະເທດອິນເດຍ)ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄຳ.ນາງມີຄວາມອິດເມື່ອຍຫຼາຍ,ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກແລ້ວເອົາໃສ່ໃນພົກຜ້າຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ. ເມື່ອໄປຕາມທາງ ນາງພົບພຣະພຸດທະເຈົ້າ ເລີຍເກີດຄວາມເຫຼື້ອມໃສຂື້ນທັນທີແລະຄິດວ່າຕົນເປັນຄົນທຸກໄຮ້ໃນຊາດນີ້ເພາະບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນແລະຊາດນີ້ກໍບໍ່ເຄີຍໄດ້ທຳບຸນເລີຍ.ຈາກນັ້ນນາງກໍເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍໃຫ້ແກ່ພຣະພຸດທະເຈົ້າ,ເມື່ອພຣະອົງຊົງຮັບແລ້ວກໍນັ່ງສະເຫວີຍຢູ່ຕໍ່ໜ້ານາງເມື່ອສະເຫວີຍແລ້ວກໍໄດ້ຕັດອະໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນໃນພຸດທະສາສະໜາ,ເມື່ອນາງຕາຍໄປ ກໍໄປເກີດໃນສະຫວັນ, ສະເຫວີຍສົມບັດໃນວິມານຄຳ. ນອກຈາກບຸນເຂົ້າຈີ່ແລ້ວ ໃນເດືອນສາມເພັງ ຍັງເປັນວັນສຳຄັນທາງສາສະໜາພຸດອີກວັນໜຶ່ງຄື ວັນວິມາຄະບູຊາ ( ການບູຊາໃນວັນມາຄະ ຫຼືເອີ້ນວ່າ ການບູຊາໃນເດືອນສາມເພັງ ) ເຊິ່ງພຣະອົງໄດ້ສະແດງທຳມະເທດສະໜາຄືຫົວໃຈສຳຄັນຂອງສາສະໜາພຸດ ອັນເປັນຫຼັກສາມ ປະການຄື:1. ບໍ່ທຳຄວາມຊົ່ວ2. ຈົ່ງທຳຄວາມດີ3. ທຳຈິດໃຈໃຫ້ບໍລິສຸດຜ່ອງໃສ
ໃນທົດສະວັດຕົ້ນຂອງສະຕະວັດທີ່ 21 ບຸນມາຄະບູຊາໄດ້ກາຍເປັນບຸນໜຶ່ງ ທີ່ອົງການ ສ.ປ.ຊ ຮັບຮອງເອົາເປັນບຸນທາງສາກົນ.ດັ່ງນັ້ນບັນດາປະເທດທີ່ນັບຖືສາສະໜາພຸດເມື່ອເຖິງເດືອນສາມເພັງກໍມີກິດຈະກຳຕ່າງໆຂື້ນຕາມປະເພນີ.
ປະເພນີທີ 4 : ບຸນພະເຫວດ (ບຸນມະຫາຊາດ)
ບຸນພະເຫວດ ແມ່ນບຸນເພື່ອລະນຶກເຖິງຊາດໜຶ່ງ ຂອງພຣະພຸດທະອົງເກີດມາເປັນພະເຫວດສັນດອນ ອັນເປັນການໃຊ້ຊາດເທື່ອສຸດທ້າຍຂອງພຣະອົງ (ເຫວດສັນຕຣະ) ບຸນນີ້ຄວາມຈິງແລ້ວ ເປັນບຸນປ່າງໃຫຍ່ປະຈຳປີ, ມີການຄົບງັນໃຫຍ່ໂຕ ຄຶກຄື້ນຫຼາຍ. ການເຮັດບຸນພະເຫວດ ມີເລື່ອງກ່າວໄວ້ໃນໜັງສືມະໄລຫມື່ນ ມະໄລແສນວ່າ: ພຣະມະໄລຂື້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງ ໄດ້ພົບກັບພຣະອະຣິຍະເມດໄຕຣ ເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພຣະມະໄລວ່າ: " ຖ້າຢາກພົບພຣະອົງ ຈົ່ງຢ່າໄດ້ຂ້າຕີພໍ່ແມ່, ຢ່າທຳຮ້າຍພຣະພຸດທະເຈົ້າ,ຢ່າຍຸຍົງໃຫ້ພຣະຕີກັນແລະໃຫ້ອາສາຫະຟັງເທດເລື່ອງສັນຕະຊາດົກໃຫ້ຈົບໃນມື້ດຽວ " ຍ້ອນແນວນີ້ ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.
ກ່ອນຈະເຮັດບຸນພະເຫວດອອກຕົນຍາດໂຍມພາກັນປຸກຜາມຫຼືຕູບ,ຕົບແຕ່ງຫໍແຈກ.ທາງເຂົ້າວັດດ້ວຍດອກໄມ້,ຊໍ່ທຸງ ແລະເນັ່ງຝ້າຍມຸງຄຸນອ້ອມຜາມ ແລະຫໍແຈກຕາມພິທີທາງສາສະໜາພຣາມ. ຮອດມື້ເຮັດບຸນແທ້ ພໍຕາເວັນຄ້າຍ ຊາວບ້ານກໍມີການແຫ່ພະເຫວດ ແລະນາງມະທີນັ້ນ ຊາວບ້ານໄດ້ເລືອກເອົາຜູ້ທີ່ຄົນເຄົາລົບນັບຖືໄວ້ກ່ອນແລ້ວ, ເປັນຜູ້ມີຄວາມສຳຄັນໃນບ້ານ ຕາມທີ່ເລືອກໄວ້ກ່ອນແລ້ວ.
ປະເພນີທີ 5 :ບຸນປີໃໝ່ລາວ (ບຸນສົງການ)
ບຸນປີໃໝ່ ແມ່ນບຸນປະເພນີປະຈຳຊາດຂອງລາວເຊິ່ງມີຫຼາຍຊື່ເອີ້ນຕ່່າງກັນ. ບຸນນີ້ເປັນບຸນທີ່ມ່ວນທີ່ສຸດ. ປະຊາຊົນລາວພາກັນສະຫຼອງປີໃໝ່ດ້ວຍການເອົານ້ຳທີ່ສະອາດ, ນ້ຳຫອມ, ນ້ຳຂີ້ໝີ້ນສົງພະ, ສົງຜູ້ເຖົ້າຜູ້ແກ່, ສົງພໍ່ແມ່, ອວຍພອນເຊິ່ງກັນແລະກັນ. ມີພິທີບາສີສູ່ຂວັນປີໃໝ່. ເສຍເຄາະກຳເພື່ອຮັບໂຊກ, ເຮັດບຸນທານຕ່າງໆ, ຕົບພະທາດຊາຍຢູ່ຕາມວັດວາອາຮາມ, ຢູ່ຕາມຫາດຊາຍແຄມນ້ຳປ່ອຍສັດ. ກິດຈະກຳຕ່າງໆ ລ້ວນແຕ່ເປັນການບຳເພັນກຸສົນໄປໃຫ້ດວງວິນຍານພໍ່ແມ່, ຄູບາອາຈານ ຫຼືຜູ້ມີບຸນຄຸນອື່ນໆ.
ປີໃໝ່ລາວໄດ້ມີນິທານກ່າວໄວ້ດັ່ງນີ້: ແຕ່ກ່ອນມີລູກເສດຖີຜູ້ໜຶ່ງຊື່ ທ້າວທຳມະປາລະກຸມມານ, ຮຽນຈົບວິຊາໄຕເພດ ແມ່ນແຕ່ພາສາສັດກໍຍັງຮູ້ຈັກ ແລະ ຍັງມີພະຍາກະບິນລະພົມ ເປັນອາຈານສອນມຸງຄຸນ. ມື້ໜຶ່ງກາບິນລະພຣົມໄດ້ລົງມາຖາມບັນຫານຳ ທຳມະປາລະກຸມມານ ຖ້າແກ້ບໍ່ໄດ້ພະຍາກະບິນລະພຣົມຈະຕັດຄໍທຳມະປາລະກຸມມານ ຖ້າແກ້ໄດ້ຈະຕັດຄໍຕົນເອງບູຊາທຳມະປາລະກຸມມານ, ບັນຫາມີຢູ່ວ່າ "ຍາມເຊົ້າລາສີຢູ່ໃສ ? ຍາມກາງເວັນລາສີຢູ່ໃສ ? ຍາມກາງຄືນລາສີຢູ່ໃສ ? " ກະບິນລະພຣົມພັດໃຫ້ 7 ວັນ. ເມື່ອຄົບເຈັດວັນທຳມະປາລະກຸມມານກໍມາແກ້ບັນຫາໃຫ້ຟັງຢ່າງຖືກຕ້ອງໝົດທຸກຂໍ້. ກະບິນລະພຣົມ ຈຶ່ງຍອມຕັດຄໍຕົນເອງ ຕາມສັນຍາໄວ້ ແຕ່ຍ້ອນວ່າຫົວຂອງກະບິນລະພຣົມ ມີຄວາມສັກສິດຫຼາຍ. ສະນັ້ນ, ກ່ອນຈະຕັດຄໍ, ກະບິນລະພຣົມຈິ່ງເອີ້ນ ທິດາທັງເຈັດມາເຂົ້າເຝົ້າ. ທິດາທັງ 7 ມີພະນາມວ່າ:1. (ນາງ ປະຈຳວັນອາທິດ) ຊື່ ທຸງສະເທວີ ມີພະຍາຄຸດເປັນພາຫະນະ.2. (ນາງ ປະຈຳວັນຈັນ) ຊື່ ໂຄລາຄະເທວີ ມີເສືອເປັນພາຫະນະ.3. (ນາງ ປະຈຳວັນອັງຄານ) ຊື່ ຮາກສະເທວີ (ລາກສະ) ມີໝູເປັນພາຫະນະ.4. (ນາງ ປະຈຳວັນພຸດ) ຊື່ ມຸນທາເທວີ ມີລວາເປັນພາຫະນະ.5. (ນາງ ປະຈຳວັນພະຫັດ) ຊື່ ກິລິນີເທວີ ມີຊ້າງເປັນພາຫະນະ.6. (ນາງ ປະຈຳວັນສຸກ) ຊື່ ກິມິທາເທວີ ມີຄວາຍເປັນພາຫະນະ.7. (ນາງ ປະຈຳວັນເສົາ) ຊື່ ມະໂຫທອນເທວີ ມີນົກຍຸງເປັນພາຫະນະ. ເມື່ອທິດາທັງເຈັດມາໂຈມເອົາຫົວຂອງພໍ່ແລ້ວເອົາໄປປະດິດສະຖານໄວ້ຢູ່ຄັນທຸມາລີ ທີ່ເທິງພູເຂົາໄກລາດ;ຄັນເຖິງວັນສ້ຽງປີໃໝ່;ທິດາແຕ່ລະຄົນພັດປ່ຽນກັນເຊີນເອົາຫົວຂອງພໍ່ອອກມາແຫ່ອ້ອມເຂົາສຸເມຣຸ ຫຼືເຂົາສະເໝນ ປີລະຄົນຕາມລຳດັບ ເພື່ອໃຫ້ເກີດຄວາມຢູ່ເຢັນເປັນສຸກ. ດັ່ງນັ້ນ, ຈິ່ງເປັນທີ່ມາຂອງການເຮັດບຸນປີໃໝ່ລາວມາຮອດປັດຈຸບັນນີ້.
ປີໃໝ່ລາວດັ້ງເດີມແທ້ຈະແມ່ນມື້ຂື້ນ 1 ຄໍ່າ ເດືອນຈຽງ ຫຼືເດືອນອ້າຍ, ແຕ່ຍ້ອນມີການປ່ຽນແປງຈຶ່ງມາເປັນເດືອນ 5 ຕາມປະຕິທິນປະເພນີລາວ. ປີໃໝ່ຈະຖືກມື້ໃດແທ້ ຫຼືວັນເດືອນປີໃດ ກໍສຸດແລ້ວແຕ່ການຄຳນວນຂອງນັກໂຫລາສາດ, ແຕ່ແນ່ນອນວ່າ ຈະຕ້ອງຕົກຢູ່ໃນເດືອນຂື້ນ ຫຼືປະມານກາງເດືອນເມສາ.
ປະເພນີທີ 6 :ບຸນວິສາຂະບູຊາ (ບຸນບັ້ງໄຟ)
ເດືອນຫົກແມ່ນບຸນບັ້ງໄຟແລະບຸນວິສາຂະບູຊາ,ບຸນບັ້ງໄຟເປັນບຸນປະເພນີດັ້ງເດີມຂອງລາວ,ແມ່ນພິທີບູຊາແຖນ ເພື່ອຂໍຄວາມຢູ່ສຸກຊຸ່ມເຢັນ, ຂໍນ້ຳຟ້ານ້ຳຝົນຈາກແຖນ ເພື່ອຈະມາທຳການເພີ່ມພູນຜະລິດຜົນ. ບຸນນີ້ກໍເປັນບຸນປາງໃຫຍ່, ມີການເຊີ້ງ, ແຫ່ບັ້ງໄຟ, ຈູດບັ້ງໄຟເສັງກັນ, ຕີກອງຫາງ, ມັກເວົ້າ ແລະ ເຊີ້ງຄຳເພິ ພ້ອມທັງຫຼີ້ນເປື້ອນເຊັ່ນ: ເອົາຂີ້ຕົມທາໜ້າ ແລະ ຕົນໂຕ, ນຸ່ງເຄື່ອງຜິດເພດ... ໂດຍສະເພາະແມ່ນຊາຍໜຸ່ມ. ການເຮັດບຸນບັ້ງໄຟໄດ້ມີນິທານຫຼືເລື່ອງເລົ່າຕ່າງໆນານາສະຫຼັບສັບຊ້ອນແລະກ່ຽວຂ້ອງກັນຫຼາຍຢ່າງ, ຕົວຢ່າງໜຶ່ງຈາກມູນເຫດຂອງການເຮັດບຸນບັ້ງໄຟມີເລື່ອງເລົ່າໄວ້ວ່າ:ຢູ່ເທິງສະຫວັນຊັ້ນຟ້າມີເທວະບຸດອົງໜຶ່ງຊື່ ວັດສາກາລະ ເຊິ່ງເປັນຜູ້ແຕ່ງນ້ຳຝົນໃຫ້ຕົກລົງມາເມືອງມະນຸດ. ເທບອົງນີ້, ມີຄວາມມັກກ່ຽວກັບການບູຊາໄຟຫຼາຍທີ່ສຸດ.ສະນັ້ນ,ມະນຸດຜູ້ໃດບູຊາໄຟແມ່ນຖືວ່າເປັນການບູຊາເພິ່ນແລ້ວເພິ່ນກໍຈະແຕ່ງນ້ຳຝົນສົ່ງລົງມາໃຫ້ຖືກຕ້ອງຕາມລະດູການດ້ວຍເຫດນີ້ຄົນບູຮານຈຶ່ງບູຊາໄຟດ້ວຍການຈູດ ຫຼື ເຮັດບຸນບັ້ງໄຟ.
ນອກຈາກບຸນບັ້ງໄຟແລ້ວ,ໃນເດືອນຫົກຍັງມີບຸນສຳຄັນທາງພຸດທະສາສະໜາຄືວັນວິສາຂະບູຊາ,ຄຳວ່າ"ວິສາຂະ"ແປວ່າ ເດືອນຫົກເພັງ.ດັ່ງນັ້ນ, ການເຮັດບຸນວິສາຂະບູຊາເປັນການທຳບຸນສະຫຼອງວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິພານຂອງພຣະພຸດທະເຈົ້າໂຄຕະມະນັ້ນເອງ. ພຣະອົງໄດ້ປະສູດມື້ເພັງໃນເດືອນຫົກ ປີຈໍ ກ່ອນ ພ.ສ 80 ປີ, ຕັດສະຮູ້ເປັນພຣະພຸດທະເຈົ້າປີວອກ, ກ່ອນ ພ.ສ 45 ປີ ແລະ ປະລິນິພານປີມະເສັງ ພ.ສ ພຸດທະສັກກະລາດກໍ່ຕັ້ງ ປີທີ 1 ເຊິ່ງເປັນມື້ເພັງເດືອນຫົກນັ້ນເອງ. ສະນັ້ນ, ເດືອນຫົກເພັງແຕ່ລະປີ ປະຊາຊົນລາວ ຜູ້ນັບຖືສາສະໜາພຸດຈຶ່ງເຮັດບຸນຕັກບາດຖວາຍທານແລະຟັງເທສະໜາເພື່ອລະລຶກເຖິງຄຸນພຣະພຸດທະເຈົ້າຕາມຮີດຄອງປະເພນີອັນດີງາມ.
ປະເພນີທີ 7 : ບຸນບູຊາເທພາອາຣັກ (ບຸນຊຳຮະ)
ເດືອນເຈັດເພິ່ນເຮັດບຸນບູຊາເທພະອາຮັກຫຼັກເມືອງ, ເທວະດາຟ້າແຖນ. ຊາວບ້ານພ້ອມກັນເຮັດພິທີລ້ຽງຜີເສື້ອເມືອງ,ເຊີນເອົາເທວະດາອາຮັກຫຼັກເມືອງເຂົ້າມາຊຳລະຄວາມບໍ່ດີບໍ່ງາມ, ຂັບໄລ່ສິ່ງຂີ້ດຽດຈັງໄຮທັງຫຼາຍອອກຈາກບ້ານເມືອງ, ປ້ອງກັນອັນຕະລາຍບໍ່ໃຫ້ເຂົ້າມາ ແລະ ເຮັດໃຫ້ຊາວບ້ານມີແຕ່ຄວາມສຸກຊຸ່ມເຢັນຕະຫຼອດປີ.
ເດືອນເຈັດ ປະຊາຊົນລາວບູຮານ ທຳພິທີລ້ຽງຜີເມືອງຕາມແບບຂອງຜູ້ຖືຜີ ຫຼືລັດທິສາສະໜາພຣາມອັນເປັນຮີດຄອງປະເພນີທີ່ເກົ່າແກ່ທີ່ເຄີຍປະຕິບັດກັນມາກ່ອນມີການຮັບຖືພຸດທະສາສະໜາ. ຕົ້ນເຫດທີ່ຈະມາມີການປະຕິບັດປະເພນີລ້ຽງຜີເມືອງ ຜີປູ່ຕາໄດ້ກ່າວໄວ້ໃນຄຳພີ ເລື່ອງພະຍາພະລາລາດ.
ປະເພນີທີ 8 : ບຸນເຂົ້າວັດສາ (ພັນສາ)
ເດືອນແປດເພັງເປັນມື້ພຣະສົງເຂົ້າຈຳວັດສາ. ຄຳວ່າ "ວັດສາ" ຫຼື "ພັນສາ" ແປວ່າ ຝົນ ຫຼື ລະດູຝົນ. ພຣະສົງທັງໝົດຈະຕ້ອງໄດ້ຈຳວັດສາຕະຫຼອດ 3 ເດືອນເຕັມ 8 ເດືອນເພັງ 11 ເພັງ ພຣະສົງຈຳວັດສາຢູ່ວັດ,ບໍ່ໄດ້ທຽວໄປນອນຄ້າງຄືນແບບບໍ່ຈຳເປັນເຊິ່ງມີວິໄນສົງໂດຍສະເພາະ. ມື້ເຂົ້າພັນສາຊາວພຸດທະບໍລິສັດທັງຫຼາຍພາກັນຫໍ່ເຂົ້າຕົ້ມ,ເຮັດເຂົ້າໜົມ,ເຄື່ອງພັນສາໄປຕັກບາດຖວາຍພະຍາຫານແກ່ພຣະສົງເປັນຂະບວນຄຶກຄື້ນ.
ເມື່ອພຣະພຸດທະເຈົ້າຊົງຊາບປະການດັ່ງກ່າວຈາກຊາວບ້ານ ພຣະອົງ,ຈຶ່ງມີລະບຽບວິໄນເຄັ່ງຄັດ ເມື່ອເຖິງລະດູເດືອນ 8 (ຍາມຝົນຕົກໜັກ) ພຣະສົງຕ້ອງເຂົ້າຈຳວັດສາຕະຫຼອດ 3 ເດືອນ ໂດຍກຳນົດເອົາມື້ ເດືອນ 8 – 11 ເພັງ. ໄລຍະຈຳພັນສາ 3 ເດືອນ ພຣະສົງມີວິໄນເຄັ່ງຄັດຄື:· ພໍ່ແມ່ ຫຼື ເພື່ອນນັກບວດດ້ວຍກັນເຈັບໄຂ້ສາມາດໄປຫາພະຍາບານຫຼືປິ່ນປົວໄດ້.· ເພື່ອນນັກບວດນຳກັນມີຄວາມກະສັນຍາກສິກສາມາດໄປເລົ່າລົມໃຫ້ເຊົ່າຍາກສິກໄດ້.· ເມື່ອມີເຫດການເກີດຂື້ນເຊັ່ນ: ກຸດຕິເພ ໄປຫາເຄື່ອງສຳພາລະ ມາຊ້ອມແປງໄດ້.· ຊາວບ້ານຊາວເມືອງອື່ນມານິມົນໄປທຳບຸນສາມາດໄປສະໜອງສັດທາໄດ້.· ນອກຈາກນີ້ຖ້າມີເລື່ອງສຳຄັນ ແລະ ຈຳເປັນກໍອານຸໂລມໄປໄດ້ຄືກັນ.+ ຖືກໂຈນ ຫຼື ສັດຮ້າຍມາບຽດບຽນ+ ບ່ອນຢູ່ຖືກນ້ຳຖ້ວມ ຫຼື ໄຟໄໝ້, ເພພັງຈົນຢູ່ບໍ່ໄດ້.+ ໄພຮ້າຍເກີິດຂື້ນໃນບ້ານທີ່ພຣະສົງອາໄສ ບິນທະບາດ, ຖືກຊາວບ້ານເກີດອົບພະຍົບໄປກໍ່ສາມາດຍ້າຍໄປນຳຊາວບ້ານໄດ້.+ ມີຄວາມອຶດຢາກອາຫານການກິນ ຫຼື ປະມານບໍ່ສາມາດທົນຢູ່ຕໍ່ໄປໄດ້ ກໍ່ໄປໄດ້.+ ມີຜູ້ຍິງມາກວນໃຈ ຫຼື ພີ່ນ້ອງມາກວນຕົວະຍົວະໃຫ້ລາສິກກໍ່ສາມາດໄປໄດ້.+ ພຣະສົງວັດອື່ນພວມຈະແຕກແຍກກັນ ຫຼື ແຕກແຍກແລ້ວໄປລະງັບເຫດການກໍ່ໄດ້ ເມື່ອອອກພັນສາແລ້ວພຣະສົງຈະໄດ້ຮັບອະນິສົງ 5 ຢ່າງຄື:1. ໄປນອນຄ້າງຄືນ ໂດຍບໍ່ຕ້ອງຄອບລາກໍໄດ້.2. ນັ່ງສັນເຂົ້າຮ່ວມຫຼາຍອົງກໍ່ໄດ້.3. ຕາມທຳມະດາພຣະສົງມີຜ້າ 3 ຜືນຄື: ຜ້າສະບົງ (ຜ້ານຸ່ງ), ຜ້າຈີວອນ (ຜ້າຄຸມ) ຜ້າສັງຄາ (ຜ້າຫົ່ມນອກ). ເມື່ອອອກພັນສາແລ້ວ ເອົາໄປນຳພຽງ 2 ຜືນກໍໄດ້.4. ພຣະສົງຈຳພັນສາແລ້ວຈະເກັບຜ້າຮັກສາໄວ້ຫຼາຍຜືນກໍໄດ້ (ນອກຈາກ 3 ຜືນ)5. ເມື່ອມີລາບເກີດຂື້ນຄື: ມີຜູ້ເອົາຈີວອນມາຖວາຍຕ້ອງແຈກໃຫ້ພຣະສົງຕາມລຳດັບຂອງພັນສາ.
ປະເພນີທີ 9 : ບຸນຫໍ່ເຂົ້າປະດັບດິນ ບຸນເຂົ້າປະດັບດິແມ່ນເດືອນ9 ດັບ.ເພິ່ນເຮັດບຸນອຸທິດບຸນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ. ຕາມຄວາມເຊື່ອຂອງຄົນບູຮານວ່າຕອນເຊົ້າມືດຂອງວັນນີ້ພະຍາຍົມພິບານໄດ້ປ່ອຍສັດນາຮົກ ອອກມາຮັບຜົນທານທີ່ຍາດພີ່ນ້ອງສົ່ງໄປ. ສະນັ້ນ ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ແຄມວັດ, ແຄມທາງ, ແຄມເຮືອນ, ແຄມປ່າ, ຮົ້ວໄຮ່ປາຍນາ, ໄວ້ຕາມດິນແຕ່ເຊົ້າ ດັ່ງນັ້ນ, ຈຶ່ງເອີ້ນວ່າ " ເຂົ້າປະດັບດິນ ".
ຕົ້ນເຫດຂອງການເຮັດບຸນນີ້ປາງກ່ອນມີຍາດພີ່ນ້ອງພະຍາພິມພິສານພະເຈົ້າແຜ່ນດິນເມຶືອງລາຊະຄຶ ປະເທດອິນເດຍສະໄໝພຸດທະການ ພາກັນເຮັດສັງຄະທານໄປເຄນພະສົງ, ໃນຂະນະແຕ່ງອາຫານນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກິນ, ພໍ່ແມ່ອົດບໍ່ໄດ້ກໍຢິບບາຍໃຫ້ເດັກພວກນັ້ນເຊິ່ງນັບວ່າ ກິນກ່ອນສົງ ຫຼືກິນຂອງສົງ. ເມື່ອຕາຍໄປແລ້ວກໍໄປຕົກນາຮົກອະເວຈີ, ຄັນພົ້ນຈາກນາຮົກກໍມາເກີດເປັນເປດ. ມາວັນໜຶ່ງພະຍາພິມພິສານຖວາຍທານແກ່ພະສົງ ອັນມີພຣະພຸດທະເຈົ້າເປັນປະມຸກ, ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໄປຫາພວກເປດເຫຼົ່ານັ້ນ. ພໍຕົກກາງຄືນມາພະຍາພິມພິສານນອນຝັນ ຍິນສຽງພວກເປດມາຮ້ອງ, ມາເຄາະຝາເຮືອນໝົດຄືນຈົນນອນບໍ່ຫຼັບ. ເມື່ອຕື່ນເຊົ້າມາ, ພະຍາພິມພິສານຈຶ່ງໄດ້ສະເດັດເຂົ້າເຝົ້າພຣະພຸດທະເຈົ້າ ຢູ່ວັດເວລຸວັນ. ຈາກນັ້ນ,ພຣະພຸດທະເຈົ້າຈຶ່ງແຈ້ງສາເຫດແລະເທດສະໜາສັ່ງສອນໃຫ້ພະຍາພິມພິສານຈົ່ງໃຫ້ທານເຂົ້າ ໂພຊະນາອາຫານໄປເຖິງຍາຕິກາວົງສາພວກເປດເຫຼົ່ານັ້ນກໍຈະໄດ້ຮັບຜົນແລະພົ້ນຈາກຄວາມທຸກທໍລະ ມານ. ການເຮັດບຸນນີ້ ນອກຈາກເລື່ອງເລົ່ານີ້ ຍັງມີເລື່ອງອື່ນໆເຊັ່ນ: ຕາມໜັງສືເທສະໜາ ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນື່ອງມາຈາກສາສະໜາພຣາມ ຕາມປະກົດຢູ່ໃນຊາດົກເລື່ອງ (ມັດຖະກຸນທະລີ) ກ່ອນຄັ້ງພຸດທະການ.
ປະເພນີທີ 10 :ບຸນເຂົ້າສະຫຼາກ (ເຂົ້າສາກ)
ບຸນເຂົ້າສະຫຼາກແມ່ນເຮັດໃນເດືອນ 10 ເພັງ. ຊາວບ້ານຫໍ່ເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ. ຄຳໝາກກອກຢາໃສ່ສະຫຼາກແລ້ວໃສ່ກວຍ ຫຼືກະທໍທີ່ສານດ້ວຍໄມ້,ຂຽນຊື່ຜູ້ອຸທິດໃສ່ ແລະຊື່ຜູ້ອຸທິດໄປເຖິງແລ້ວນຳໄປຖວາຍແກ່ພຣະສົງອົງນັ້ນ,ແລ້ວກໍອຸທິດບຸນໃຫ້ດວງວິນຍານໃຫ້ແກ່ຜູ້ລ່ວງລັບໄປນັ້ນ ຈິ່ງເອີ້ນວ່າ: ເຂົ້າສະຫຼາກການເຮັດບຸນເຂົ້າສະຫຼາກ ກິດຈະກຳ ແລະ ຮູບການຕ່າງໆຄ້າຍຄືບຸນເຂົ້າປະດັບດິນ.
ການເຮັດບຸນເຂົ້າສະຫຼາກມີເລື່ອງເລົ່າໄວ້ວ່າ:ມີລູກຊາຍເສດຖີຜູ້ໜຶ່ງເມື່ອພໍ່ຕາຍໄປແລ້ວຜູ້ເປັນແມ່ຊອກຫາຍິງສາວມາໃຫ້ເປັນພັນລະຍາ,ແຕ່ນາງບໍ່ມີລູກ ແມ່ຈຶ່ງເອົາຍິງສາວໃຫ້ອີກຜູ້ໜຶ່ງມາເປັນເມຍນ້ອຍ(ພັນລະຍາ). ເມື່ອເມຍນ້ອຍມີລູກ, ເມຍຫຼວງຄິດອິດສາຈຶ່ງຄິດຂ້າເມຍນ້ອຍ ໂດຍເອົາຢາໃຫ້ເມຍນ້ອຍກິນໃຫ້ຫລຸລູກເສຍ ເຮັດແນວນັ້ນ2- 3ຄັ້ງໃນທີ່ສຸດເມຍນ້ອຍກໍຕາຍ.ກ່ອນຈະຕາຍເມຍນ້ອຍໄດ້ຜູກເວນກັບເມຍຫຼວງວ່າຂໍໃຫ້ເກີດເປັນນາງຍັກຂິນີ ໃຫ້ມາກິນໂຕມັນ. ເມື່ອເມຍນ້ອຍ ແລະ ເມຍຫຼວງຈ່ອງເວນກັນຕ່າງຄົນຕ່າງຕາຍໄປ ແລະເກີດເປັນສັດ.ເມຍນ້ອຍທີ່ເກີດເປັນແມວ,ເກີດເປັນເນື້ອແລະເກີດເປັນຍັກສ່ວນເມຍຫຼວງຕາຍໄປເກີດເປັນແມ່ໄກ່, ເກີດເປັນເສືອແລະເກີດເປັນຄົນ ທັງສອງຈ່ອງເວນຈ່ອງກຳກັນ. ມີມື້ໜຶ່ງ ນາງຍັກໄລ່ຈັບລູກຜູ້ເປັນເມຍຫຼວງກິນ,ແຕ່ນາງຜູ້ເປັນເມຍຫຼວງອູ້ມລູກແລ່ນໄປວັດເຊຕະວັນ ໃນຂະນະນັ້ນ ພຣະພຸດທະເຈົ້າພວມເທສະໜາສັ່ງສອນອຸປະສົກອຸປະສິກາຢູ່,ພຣະອົງຈຶ່ງໃຫ້ພຣະອານົນໄປບອກນາງຍັກຂິນີມາສັ່ງສອນບໍ່ໃຫ້ຈ່ອງເວນຈ່ອງກຳກັນອີກຕໍ່ໄປ;ຈາກນັ້ນພຣະພຸດທະເຈົ້າຈິ່ງໃຫ້ນາງຍັດຂິນີໄປຢູ່ຫົວໄຮ່ປາຍນາແລ້ວລ້ຽງເກືອໃຫ້ດີ.
ປະເພນີທີ 11 : ບຸນອອກພັນສາ-ປະວໍລະນາ (ປະວາລະນາ)
ຄຳວ່າ " ປະວໍລະນາ "ແປວ່າ ບອກກັນໄວ້ລ່ວງໜ້າ. ບຸນອອກພັນສາແມ່ນເດືອນ 11ເພັງ.ພາຍຫຼັງພຣະສົງຢູ່ຈຳພັນສາໄດ້3ເດືອນ.ໃນການອອກພັນສານີ້,ຊາວພຸດທະສະນິກະຊົນທັງຫຼາຍ ຈຶ່ງພາກັນເຮັດບຸນຕັກບາດຢາດນ້ຳ.ສ່ວນພຣະສົງຈະໄດ້ຮັບອະນິສົງໃນການຈຳພັນສາຕາມພຣະພຸດທະອົງຊົງບັນຍັດໄວ້ໃນຄຳພີ. ບຸນອອກພັນສາປະວໍລະນາ ມີກິດຈະກຳທີ່ມີຄວາມມ່ວນຄຶກຄຶ້ນ ມີການເຄື່ອນໄຫວເຮືອໄຟໂຄກ ແລະ ໄຫຼເຮືອໄຟນ້ຳຕາມປະເພນີສາສະໜາພຣາມເຊິ່ງມີມາແຕ່ດົນນານ ໂດຍແມ່ນເຈົ້າສຸລະຍະວົງສາ.
ມາຮອດປັດຈຸບັນ ການຊ່ວງເຮືອບໍ່ສະເພາະແຕ່ຈັດໃສ່ມື້ອອກພັນສາເທົ່ານັ້ນ, ເພິ່ນຍັງນິຍົມຈັບໃສ່ກ່ອນ ຫຼື ຫຼັງພິເສດແມ່ນບຸນອອກພັນສາ ຈະມີປະກົດການທຳມະຊາດຕາມແມ່ນ້ຳຂອງເຊັ່ນ: ບັ້ງໄຟພະຍານາກ.
ປະເພນີທີ 12 : ບຸນກະຖິນ ແລະ ບຸນພະທາດ
ແມ່ນນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ຈົນຮອດວັນເພັງເດືອນ 12 ເປັນເວລາ 1 ເດືອນພໍດີ ໄລຍະນີ້ທາງວິໄນສົງ ຮຽກວ່າ " ຈີວະຣະກາລະສະໄໝ " ແປວ່າ ໄລຍະເວລາເຮັດຜ້າຈີວອນ ຫຼື ຮຽກວ່າ " ຈີວະຣະທານະສະໄໝ " ແປວ່າ ເວລາໃຫ້ຈີວອນ.ສ່ວນຄຳວ່າ " ກະຖິນ " ມີ 2 ຄວາມໝາຍຄື 1) ຄວາມໝາຍໃນທາງພາສາລາວແທ້ແປວ່າ ໄມ້ກັງ ຫຼື ໄມ້ຄຶງໄທເອີ້ນວ່າ:ໄມ້ສະດຶງຄື:ໄມ້ເຮັດໃຫ້ເຄັ່ງ.ໃນສະໄໝກ່ອນໆພຸ້ນບໍ່ມີຜ້າຈີວອນຂາຍຢ່າງຫຼວງຫຼາຍຢູ່ຕະຫຼອດຄືສະໄໝນີ້.ສະນັ້ນ,ພຣະພຸດທະເຈົ້າຈຶ່ງອະນຸຍາດໃຫ້ພຣະສົງຊອກຫາໃຫ້ໄດ້ມາຖືກຕ້ອງຕາມວິໄນສົງ ແລ້ວມາຫຍິບຕໍ່ເຂົ້າກັນ,ເວລາຫຍິບຈຳເປັນຕ້ອງໃຊ້ໄມ້ແບບຫຼືໄມ້ຄຶງ. ການຫຍິບຜ້າຕາມໄມ້ຄຶງຈຶ່ງຮຽກວ່າ ຜ້າກະຖິນ. 2) ຄວາມໝາຍໃນຄຳນາມ ພາສາບາລີແປວ່າ ຜ້າທີ່ເຄນໃຫ້ພຣະສົງທີ່ຈຳວັດສາ. ໝາຍຄວາມວ່າ ການເຮັດບຸນດ້ວຍການເອົາ ຜ້າໄປເຄນໃຫ້ຄູບາ ຫຼື ພຣະສົງຢູ່ໃນວັດ. ບຸນນີ້ຖືເປັນອານິສົງຜົນແຫ່ງບຸນຂອງພຣະສົງທີ່ຈຳວັດສາຕະຫຼອດ3ເດືອນເຕັມສົມຄວນຈະຕ້ອງໄດ້ຮັບກອງກະຖິນ (ຈຸລະກະຖິນ ຫຼື ມະຫາກະຖິນ).
ບຸກຄົນໃດມີສັດທາເຮັດກອງກະຖິນສ່ວນຕົວກໍໄດ້.ຖ້າຈະເຮັດກອງກະຖິນໄປວັດເພິ່ນໄປປັກສະຫຼາກໄວ້ ຫຼື ບອກລ່ວງໜ້າກ່ອນກາງພັນສາ.ຈາກນັ້ນທາງຄະນະຝ່າຍສົງປະຈຳວັດກໍຈະໄດ້ຮັບກອງກະຖິນ.ກ່ອນຈະຮັບກອງກະຖິນພຣະສົງຈະຫາລືກັນວ່າ ພຣະສົງອົງໃດຄວນຈະໄດ້ຮັບກອງກະຖິນ. ນອກຈາກບຸນກະຖິນແລ້ວ, ເພີ່ນຍັງເຮັດບຸນໄຫ້ວທາດ. ການເຮັດບຸນໄຫວ້ທາດ ນັບວ່າເປັນບຸນປາງໃຫຍ່ຄຶກຄື້ນມ່ວນຊື່ນ ແລະສຳຄັນຕໍ່ປະເທດຊາດບ້ານເມືອງຫຼາຍທີ່ສຸດ. ແຕ່ກ່ອນປະຊາຊົນລາວເຮັດບຸນໄຫວ້ພຣະທາດຫຼາຍແຫ່ງເຊັ່ນ ພະທາດຫຼວງວຽງຈັນ, ພະທາດໝາກໂມ (ວັດວິຊຸນ) ຫລວງພະບາງ, ພະທາດອີງຮັງ ແລະພະທາດໂພ່ນ ແຂວງສະຫວັນນະເຂດ, ພະທາດສີໂຄດຕະບອງຢູ່ເມືອງເກົ່າແຂວງຄຳມ່ວນເປັນຕົ້ນ. /ພະທາດຫຼວງວຽງຈັນສ້າງຂື້ນໃນປີ1566ຫຼັງຈາກພະເຈົ້າໄຊຍະເສດຖາທິລາດພັດທະນາເມືອງວຽງຈັນເປັນລາຊະທານີລ້ານຊ້າງໄດ້ 6 ປີ.ການເຮັດບຸນນະມັດສະການພະທາດຫຼວງວຽງຈັນນັບວ່າເປັນປະເພນີ ທີ່ສຳຄັນຢ່າງຍິ່ງທີ່ສືບຕໍ່ກັນມາໄດ້ຫຼາຍສະຕະວັດໂດຍມີພະມະຫາກະສັດອົງເປັນປະມຸກໃນສະໄໝຕ່າງໆ ມາເປັນປະທານພິທີປະຈຳທຸກໆປີບໍ່ຂາດສິ່ງທີ່ນຳມາສັກກາລະບູຊາໄຫວ້ພະທາດຫຼວງມີດອກໄມ້ທູບທຽນ, ສິ່ງສຳຄັນຂາດບໍ່ໄດ້ແມ່ນຜາສາດເຜິ້ງຄືມື້ຂື້ນ 13 ຄໍ່າເດືອນ 12 ເພິ່ນຈະເລີ່ມແຫ່ພະສາດຢູ່ວັດສີເມືອງ (ຫຼັກເມືອງ) ປະມານ 7 ໂມງແລງ. ມື້ຂື້ນ 14 ຄໍ່າ ມີພິທີຮັບນໍ້າໃຫຍ່ຢູ່ວັດອົງຕື້ ແລະມື້ ຄ່ໍ່າເພັງ ເດືອນ 12 ເປັນມື້ດໍາເນີນພິທີສຸດທ້າຍ ຢູ່ພະທາດຫຼວງ ໂດຍການຕັກບາດຖວາຍທານຢ່າງຄຶກຄື້ນ. ໃນສະໄໝບູຮານ ແລະ ສະໄໝຕ່າງໆຈົນສືບມາເຖິງສູ່ມື້ນີ້ ກ່ອນຈະເຖິງມື້ໄຫວ້ທາດຫຼວງ ໄດ້ມີການຄົບງັນມາກ່ອນແລ້ວຢ່າງໜ້ອຍ 5-7 ວັນ, ການຄົບງັນມີກິດຈະກຳກິລາ ແລະສິລະປະ ວັນນະຄະດີຕາມປະເພນີ. ມາຮອດສະໄໝນີ້ພະທາດຫຼວງວຽງຈັນໄດ້ກາຍເປັນສັນຍາລັກຂອງຊາດ(ກາຊາດ). ສະຫຼຸບ: ຮີດ 12 ທີ່ກ່າວມາຂ້າງເທິງມີບາງບຸນປະເພນີບໍ່ໄດ້ຈັດຕັ້ງປະຕິບັດແລ້ວ ຫຼື ຍັງພາກັນເຮັດຢູ່ບາງທ້ອງຖິ່ນທີ່ຈຳກັດເທົ່ານັ້ນ. ສ່ວນບຸນທີ່ຈັດຕັ້ງປະຕິບັດເປັນຂະບວນຂອງຊາວພຸດເຊັ່ນ: ບຸນປີໃໝ່, ບຸນເຂົ້າພັນສາ ແລະ ອອກພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນເຂົ້າສະຫຼາກ ແລະ ບຸນພະທາດຫຼວງ. ນອກຈາກບຸນທາດຫຼວງ, ການເຮັດບຸນຕ່າງໆຂອງປະຊາຊົນລາວຈະຍິ່ງໃຫຍ່ ຫຼືຄຶກຄື້ນ ແມ່ນອີງຕາມສະພາບ ແລະຈຸດພິເສດຂອງບ້ານໃນທ້ອງຖິ່ນນັ້ນໆ.ຄອງສິບສີ່(14)
ຄອງສິບສີ່ຄຳວ່າ "ຄອງ" ໝາຍເຖິງທາງຫຼືແນວ ເຊັ່ນ: ຄອງທັມ ໝາຍເຖິງ ປົກຄອງຮັກສາ ດ້ວຍຄວາມເປັນໃຫຍ່ ຫຼື ຄອງເມືອງ,ດຳລົງໄວ້,ຮັກສາໄວ້. ຄຳວ່າ "ຄອງສິບສີ່" ໝາຍເຖິງແນວທາງປະຕິບັດວິທີທາງທີ່ດີ ນັກປາດບູຮານບັນພະບູລຸດໄດ້ວາງໄວ້ ເພື່ອໃຫ້ຜູ້ປົກຄອງນຳໄປເປັນແນວທາງໃນການປົກຄອງ,ພໍ່ແມ່ນຳໄປສອນລູກ,ປູ່ຍ່າຕາຍາຍນຳໄປສອນຫຼານ,ພຣະນຳໄປສອນພຸດທະສານິກະຊົນ ແລະ ໃຫ້ປະຊາຊົນນຳໄປປະຕິບັດຄອງ 14 ນັ້ນມີຢ່າງຫຼວງຫຼາຍ ແຕ່ໃນທີ່ນີ່ ຈະຂໍກ່າວຄອງ 14 ດັ່ງລຸ່ມນີ້:
ຄອງ14 ສຳລັບຄາລະວາດ
1. ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.5. ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.6. ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ7. ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ8. ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.9. ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.10. ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.11. ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.12. ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.13. ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.14. ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.
ຄອງ14ສຳລັບພຣະສົງ
1.ສູດຮຽນທຳມະວິໄນ ຮັກສາສິນບໍ່ໃຫ້ດ່າງພ້ອຍ.2.ບົວລະບັດປັດຕາດກວາດຍູ.3.ປະຕິບັດຕາມສາສະນະກິດ ຕາມສັດທາ(ສັດທານິມົນ).4.ເຂົ້າພັນສາຈຳສິນ-ທົບທວນສູດຮຽນ.5.ອອກພັນສາ-ຮັບກະຖິນ ເຂົ້າປະຣິິວາດ.6.ອອກບິນທະບາດ.7.ສູດມົນ-ພາວະນາທຸກຄືນວັນ.8.ວັນສິນດັບ-ເພັງ ປະຊຸມກັນລົງອຸໂປ.9.ນຳພາອອກຕົນຍາດໂຍມ ແຫ່ນ້ຳໄປສົງພຣະພຸດທະຮູບ-ເຈດີ ຍາມປີໃຫມ່.10.ວັນສັງກາດຂື້ນໃຫ້ນຳພາອອກຕົນຍາດໂຍມບາສີພຣະເຈົ້າ.11.ຊາວບ້ານມີນິມົນສັດທາສິ່ງໃດ ອັນບໍ່ຜິດວິໄນກໍ່ຊ່ວຍເຫຼືອໄດ້.12.ສ້າງວັດວາອາຮາມ.13.ໃຫ້ຮັບເຄື່ອງທານຈາກຊາວບ້ານທີ່ມາຖວາຍ.14.ການຈັດຕັ້ງບ້ານມີສັດທານິມົນປະຊຸມກັນໃນວັດ.
ຄອງ14ສຳລັບສອນຄົນທຸກເພດ ທຸກໄວ ທຸກຖານະ
1.ຮີດເຈົ້າຄອງຂຸນ.
"ເຈົ້າ" ໝາຍເຖິງເຈົ້າຟ້າມະຫາກະສັດ "ຂຸນ" ໝາຍເຖິງຜູ້ປົກຄອງຫົວເມືອງຕ່າງໆ ຮີດເຈົ້າຄອງຂຸນຄືແບບແຜນຫຼືຄຳສອນພຣະມະຫາກະສັດຜູ້ປົກຄອງລະດັບສູງນຳໄປປະຕິບັດ ເພື່ອໃຫ້ໄພ່ຟ້າປະຊາຊົນມີຄວາມສຸກ ເຊິ່ງມີຮີດຄອງຄຳສອນດັ່ງນີ້: ເປັນຈອມເຈົ້າເໜືອຫົວໃຫ້ຮັກໄພ່ ເປັນໃຫຍ່ພ້ອງຫົວໜ້າໃຫ້ຮັກຝູງ
ເປັນຜູ້ເຖົ້າໃຫ້ຮັກລູກຫຼານເຫຼນ ເປັນຂຸນກວນໃຫ້ຮັກການເມືອງບ້ານ
ສົມສະຖານເບື້ອງເຮືອງຮຸ່ງຖ້ວນທົ່ວ ຢ່າໄດ້ຮັກພຸ້ນຊັງພີ້ບໍດີແທ້ແລ.
2.ຮີດທ້າວຄອງເພຍ.
"ທ້າວ" ຄືເຈົ້ານາຍຊັ້ນຜູ້ໃຫຍ່ໃນສະໄໝບູຮານ ເພິ່ນໄດ້ເອີ້ນພຣະວົງແລະ ຂຸນ ນາງຊັ້ນຜູ້ໃຫຍ່ ຕະຫຼອດເຖິງຜູ້ປົກຄອງຫົວເມືອງວ່າ "ທ້າວ" ເຊັ່ນທ້າວ ຂຸນລໍ ທ້າວຮຸ່ງ ທ້າວເຈືອງ ເປັນຕົ້ນ.ສ່ວນຄຳວ່າ "ເພຍ" ກໍເປັນຄຳເອີ່ນຂຸນນາງເຊັນດຽວກັນ ທັງ ທ້າວແລະເພຍ ມີຄຳສອນດຽວກັນ ຈຶ່ງເອີ້ນວ່າ : ຮີດທ້າວຄອງເພຍ.
3.ຮີດໄພ່ຄອງນາຍ.
"ໄພ່" ຄືປະຊາຂ້າແຜ່ນດິນ "ນາຍ" ຄືຜູ້ປົກຄອງນັບແຕ່ຂຸນກວນ (ນາຍບ້ານ) ໄປຈົນເຖິງຜູ້ປົກຄອງຊັ້ນສູງ ຄຳສອນກ່ຽວກັບຮີດໄພ່ຄອງນາຍຈະປະກົດໃນຕຳລາຕ່າງໆເຊັ່ນ: ຄັນໄດ້ເປັນໃຫຍ່ແລ້ວ ຢ່າລືມຄຸນພວກໄພ່
ຄັນວ່າໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ
ໄມ້ລຳດຽວລ້ອມຮົ້້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ
ເປັນເຈົ້າໃຫ້ຮັກພວກໄພ່ ເປັນນາຍໃຫ້ຮູ້ຈັກບໍລິວານ
ເປັນສົມພານ ໃຫ້ຮູ້ຈັກຮັກຈົວນ້ອຍ
ເປັນນາຍພັນນາຍຮ້ອຍ ໃຫ້ຮັກພົນທະຫານ.
4.ຮີດບ້ານຄອງເມືອງ.
ຮີດບ້ານຄອງເມືອງ ເປັນການສອນໃຫ້ຮູ້ຈັກ ຮີດ 12 ຄອງ 14 ເພື່ອທຸກຄົນຈະຕ້ອງ ປະພຶດປະຕິບັດຕໍ່ກັນດັ່ງຄຳສອນທີ່ວ່າ: ເປັນພະຍາສ້າງຄອງເມືອງຕຸ້ມໄພ່ ໃຫ້ຮູ້ຈັກຮີດບ້ານຄອງສ້າງຮຸ່ງເຮືອງ
ຂຸນໃດມີໃຈກ້າຄອງເມືອງເຮືອງຮຸ່ງ ຂຸນຂີ້ຢ້ານແປງບ້ານບໍ່ເຮືອງ.
5.ຮີດຜົວຄອງເມຍ.
ເປັນຄຳສອນທີ່ມຸ້ງໃຫ້ຜົວ (ສາມີ) ແລະ ພັນລະຍາ (ເມຍ) ປະຕິບັດຕໍ່ກັນ ເຊິ່ງມີຄຳສອນວ່າ: ຂໍ້ຄວນປະຕິບັດຂອງສາມີ(ຜົວ)
ຄອງຜົວນັ້ນ ໃຫ້ເຈົ້າຮຳເພິງຄິດ
ຢ່າໄດ້ຜິດຄອງທຳ ຮ່ຳຄະນິງຈຳໄວ້...ຄື:
ໜຶ່ງ ໃຫ້ຜົວພາເມຍສ້າງ ນາສວບປູກຫວ່ານ
ພາເມຍເປັນພໍ່ແມ່ບ້ານ ຄອງຢ້າວໃຫ້ຢູ່ດີ
ສອງ ໃຫ້ມີວາຈາເວົ້າ ຖະແຫຼງນົວເວົ້າມ່ວນ
ຢ່າໄດ້ຊຶກຊາກຮ້າຍ ຄຳເຂັ້ມສຽດສີ
ສາມ ໃຫ້ເຄົາລົບຊາດເຊື້ອ ສະກຸນຝ່າຍທາງເມຍ
ຢ່າໃຫ້ເສຍນ້ຳໃຈ ຕໍ່ຝ່າຍໃດທັງສິ້ນ
ສີ່ ການລະຫຼິ້ນ ຫວຍໂປເບ້ຍຖົ່ວ
ທາງນັກເລງສຸລາພ່ຳພ້ອມ ຢ່າວອນເວົ້າອ່າວຫາ
ຫ້າ ສິນສົມສ້າງ ສະຫຼຶງຄານຊັບສິ່ງ
ມອບໃຫ້ເມຍມ້ຽນໄວ້ ໃນຢ້າວຈັ່ງແມ່ນຄອງ.
ຂໍ້ຄວນປະຕິບັດຂອງພັນລະຍາ(ເມຍ)
ຄອງເມຍນັ້ນ ໃຫ້ເມຍຮຳເພິງຄິດ
ຢ່າໄດ້ຜິດຄອມທຳ ຮ່ຳຄະນິງຈຳໄວ້...ຄື:
ໜຶ່ງ ກິດຈະການບ້ານ ໃຫ້ທາງເມຍເປັນໃຫຍ່
ໃຫ້ເມຍເປັນແມ່ບ້ານ ການສ້າງຊ່ວຍຜົວ
ສອງ ໃຫ້ມີວາຈາເວົ້າ ຖະແຫຼງນົວເວົ້າມ່ວນ
ຢ່າໄດ້ຊຶກຊາກຮ້າຍ ຄຳເຂັ້ມສຽດສີ
ສາມ ໃຫ້ເຄົາລົບຊາດເຊື້ອ ສະກຸນຝ່າຍທາງຜົວ
ອັນວ່າຍາດຕິກາວົງວານທາງຝ່າຍຜົວ ໃຫ້ຄອຍຢຳແຍງຢ້ານ
ສີ່ ໃຫ້ຮູ້ຈັກທຳການເກື້ອ ບໍລິວານເວົ້າມ່ວນ
ສົງເຄາະຍາດພີ່ນ້ອງ ສະເໝີກ້ຳເກິ່ງກັນ
ຫ້າ ສິນສົມສ້າງ ສະຫຼຶງຄານຊັບສິ່ງ
ຜົວມອບມາໃຫ້ໄວ້ ເມຍຕ້ອງຮູ້ຮ່ອມສະຫງວນ.
6.ຮີດພໍ່ຄອງແມ່.
ເປັນການສອນພໍ່ແມ່ ໃຫ້ອົບຮົມລ້ຽງລູກໃຫ້ຖືກທາງ ດັ່ງຄຳສອນຕໍ່ໄປນີ້:ບິດາເປັນຜູ້ໃຫ້ ຫາລ້ຽງພອກພູນ
ທັງອຸດໜຸນແມວແກ້ວ ບໍ່ຂືນໃຈສັກສິ່ງ
ຫວັງໃຫ້ລ້ຽງ ລູກອ່ອນນ້ອຍ
ພຽນຂື້ນ ໃຫ້ໃຫຍ່ສູງ ເຈົ້າເອີຍ.
7.ຮີດລູກຄອງຫຼານ.
ສອນລູກຫຼານໃຫ້ປະຕິບັດຕາມ ຂະນົບທຳນຽມປະເພນີມີຄວາມເຄົາລົບຍຳເກງຜູ້ໃຫຍ່ດັ່ງຄຳສອນທີ່ວ່າ: ຄັນເຈົ້າໃຫຍ່ສູງພາຍໜ້າ ມີເຮືອນຊານສືບພໍ່ແມ່
ຄຸນເພິ່ນລ້ຽງມາແຕ່ນ້ອຍ ຄະນິງໄວ້ຢ່າລືມ
ເຈົ້າຈົ່ງທຳຕົນໃຫ້ ຖົມຄຸນພໍ່ແມ່
ທາງຜິດໃຫ້ເຈົ້າເວັ້ນ ຢ່າຫາໂທດເຂົ້າໃສ່ໂຕ.
8.ຮີດໃພ້ຄອງເຂີຍ.
ສອນລູກໃພ້ ແລະ ລູກເຂີຍໃຫ້ປະຕິບັດຕໍ່ ພໍ່ຕາແມ່ຍາຍປູ່ຍ່າ ໃຫ້ຖືກຕ້ອງດີງາມຕາມຄອງທຳເຊັ່ນ:ຂໍ້ປະຕິບັດຂອງຜູ້ເປັນໃພ້:
ຄັນວ່ານາງຫາກມີຜົວແລ້ວ ຢ່າລືມຄຸນພໍ່ແມ່
ຄຸນເພິ່ນມີມາກລົ້ນ ພຽນລ້ຽງໃຫ້ໃຫຍ່ມາ
ມານດາຮ້າຍ ໃຫ້ອົດທົນຢ່າຄຽດຕໍ່
ຄັນພໍ່ຮ້າຍ ໃຫ້ນາງນ້ອຍຢ່າຕີງ
ຄັນຜົວຮ້າຍ ໃຫ້ເອົາດີສູ້ໃສ່
ປູ່ຍ່າຮ້າຍ ໃຫ້ນາງກົ້ມໝອບລົງ.
ຂໍ້ປະຕິບັດຂອງຜູ້ເປັນເຂີຍ:
ອັນໜຶ່ງ ເຮົາເປັນເຂີຍເຂົານັ້ນ ໃຫ້ມີໃຈຮັກຫໍ່
ຝູງພໍ່ແມ່ຊາດເຊື້ອ ຂອງເມຍເຈົ້າທົ່ວກັນ
ຮູ້ຈັກປັນແບ່ງໃຫ້ ໃຈເຫຼື້ອມທາງດີ
ມີການງານແນວໃດ ໃຫ້ຊ່ວຍກັນເອົາໄວ້
ຊິໄປມາກ້ຳ ທາງໃດໃຫ້ເຈົ້າຄອບ
ເວນມອບໃຫ້ ເມຍໄວ້ແກ່ພໍ່ຕາ
ທັງແມ່ຍ່າພ້ອມ ເຈຣະຈາເວົ້າມ່ວນ
ຄວນບໍ່ຄວນໃຫ້ເຈົ້າ ຄະນິງຮູ້ສູ່ແນວ.
9.ຮີດປ້າຄອງລຸງ.
ສອນໃຫ້ລຸງປະຕິບັັດຕໍ່ກັນ ແລະ ຍາດພີ່ນ້ອງໃຫ້ດີ ດັ່ງຄຳສອນຕໍ່ໄປນີ້:ຝູງເຮົາເປັນລຸງປ້າ ອາວອານ້າພີ່
ໃຫ້ມີໃຈຮັກພີ່ນ້ອງ ວົງເຊື້ອລູກຫຼານ
ຄົນໃດມີທຸກຮ້ອນ ອ້ອນແອ່ວມາຫາ
ຊ່ອຍອາສາປັດເປົ່າ ໃຫ້ຊ່າງຄາຍຫາຍເສົ້າ
ການຄອງຢ້າວ ເອົາສິນທຳເປັນທີ່ເພິ່ງ
ຕາມເບິ່ງຮີດບ້ານ ປາງເຄົ້າກ່າວມາ
ໃຜມີງານໜັກໜາ ໃຫ້ຫາທາງຊົດຊ່ວຍ
ຝູງລູກຫຼານສ່ຳນ້ອຍ ດີໃຈຫລ້ຳອຸ່ນອົກ.
10.ຮີດປູ່ຄອງຍ່າຮີດຕາຄອງຍາຍ.
ສອນປູ່ຍ່າຕາຍາຍໃຫ້ປະຕິບັດເປັນປູຊະລິຍະບຸກຄົນທີ່ດີ ດັ່ງຄຳສອນທີ່ວ່າ:ອັນປູ່ຍ່ານັ້ນ ຫາກຮັກລູກຫຼານຫຼາຍ
ທັງຕາຍາຍ ກໍດັ່ງດຽວກັນນັ້ນ
ລູກຫຼານເກີດຍາກໄຮ້ ໄດ້ເພິ່ງໃບບຸນ
ຄຸນຂອງປູ່ຍ່າຕາຍາຍ ຫາກມີຫຼາຍເຫຼືອຫຼົ້ນ
ຫຼານທຸກຄົນຄວນໄຫ້ວ ບູຊາຍໍຍິ່ງ
ປຽບເປັນສິ່ງສູງຍົກໄວ້ ຖວາຍເຈົ້າຍອດຄຸນ
ບຸນເຮົາຫຼາຍແທ້ ທີ່ມີຕາຍາຍປູ່ຍ່າ
ເພາະວ່າເພິ່ນເປັນຮົ່ມໃຫ້ ເຮົາຊົ້ນຢູ່ເຢັນ.
11.ຮີດເຖົ້າຄອງແກ່.
ສອນຜູ້ເຖົ້!ຄົນແກ່ທົ່ວໄປ ຄືດັ່ງຄຳສອນຕອນໜຶຶ່ງທີ່ວ່າ:ເປັນຜູ້ເຖົ້າ ໃຫ້ຮັກລູກຫຼານເຫຼັນ
ເປັນຂຸນກວນ ໃຫ້ຮັກກາານເມືອງບ້ານ.
12.ຮີດປີຄອງເດືອນ.
ຮີດປີຄອງເດືອນຄືສອນໃຫ້ຄົນເຮົາທັງຫຼາຍ ຮັກສາຮີດສິບສອງຄອງສິບສີ່ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ.
13.ຮີດໄຮ່ຄອງນາ.
ຈຸດປະສົງໃນຮີດຄອງນີ້ ກໍເພື່ອໃຫ້ຄົນຮູ້ຈັກການຮັກສາດູແລໄຮ່ນາຂອງຕົນເອງ ໃຫ້ເຮັດດ້ວຍຄວາມທຸ່ມເທເອົາໃຈໃສ່ ເພື່ອຈະໄດ້ໝາກຜົນສົມບູນ ດັ່ງຄຳສອນຕໍ່ໄປນີ້:ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ
ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ.
14.ຮີດວັດຄອງສົງ.
ສອນໃຫ້ປະຊາຊົນຊາວພຸດເຮົາ ປະຕິບັດດູແລວັດວາອາຣາມ ແລະບຳລຸງພຣະສົງໃຫ້ດີ.ສ່ວນພຣະສົງກໍ່ໃຫ້ຕັ້ງໃຈສຶກສາຄົ້ນຄ້ວາພຣະທຳຄຳສອນໃນພຣະໄຕຣປີດົກໃຫ້ຮູ້ຢ່າງທ່ອງແທ້ ປະພຶດປະຕິບັດຕາມພຣະທຳວິໄນຢ່າງເຄັ່ງຄັດເພື່ອນຳມາເທດສະນາສັ່ງສອນບອກກ່າວໃຫ້ແກ່ປະຊາຊົນ ເອົາໄປປະພຶດປະຕິບັດເຂົ້າໃນຊີວີດປະຈຳວັນ ໃຫ້ສົມກັບເຂົາທີ່ຍົກຍ່ອງພຣະສົງວ່າ: ເປັນເນື້ອນາບຸນຂອງຊາວໂລກ ເປັນທີ່ເພິ່ງທາງໃຈຂອງປະຊາຊົນ ເພາະພຣະສົງກໍມີຊີວິດທີ່ເນື່ອງດ້ວຍຊາວບ້ານໂດຍປັດໄຈສີ່ທີ່ຊາວບ້ານນຳມາຖວາຍ ຝ່າຍພຣະສົງກໍຕ້ອງສະໜອງຕອບດ້ວຍການອົບຮົມສັ່ງສອນ ເໝືອນຄະຕິທຳຄຳກອນທີ່ເພິ່ນກ່າວໄວ້ວ່າ:ວັດຈະດີ ມີຫຼັກຖານ ເພາະບ້ານຊ່ວຍ
ບ້ານຈະສວຍ ເພາະມີວັດ ດັດນິໄສ
ບ້ານກັບວັດ ຜັດກັນຊ່ວຍ ກໍອວຍໄຊ
ຖ້າຂັດກັນ ກໍບັນໄລ ທັງສອງຝ່າຍ.